ການປ່ຽນຈາກບັນທຶກເຈ້ຍມາເປັນລະບົບເອເລັກໂຕຣນິກ ບໍ່ແມ່ນພຽງການຊື້ຊອບແວ ແຕ່ຄືການປ່ຽນວິທີເຮັດວຽກຂອງທຸກພະແນກ ບົດຄວາມນີ້ລວມ 7 ຂໍ້ທີ່ທີມຂອງພວກເຮົາຂໍໃຫ້ລູກຄ້າເຄລຍໃຫ້ຈົບກ່ອນມື້ໂກໄລ້ຟ.
1. ລະຫັດ ແລະ ມາດຕະຖານຂໍ້ມູນ
ຕົກລົງຊຸດລະຫັດວິນິດໄສ ຫັດຖະການ ແລະ ຢາ ໃຫ້ກົງກັນທັງໂຮງໝໍກ່ອນ.
2. ສິດຜູ້ໃຊ້ຕາມບົດບາດ
ຮ່າງຕາຕະລາງວ່າໃຜເຫັນຫຍັງ ແກ້ຫຍັງໄດ້.
3. ແຜນຍ້າຍຂໍ້ມູນເກົ່າ
ເລືອກວ່າຈະຍ້າຍຍ້ອນຫຼັງກີ່ປີ.
4. ອຸປະກອນໜ້າວຽກ
ຄອມພິວເຕີ ຈຸດສະແກນ ແລະ ເຄືອຂ່າຍ ຕ້ອງພ້ອມກ່ອນຝຶກອົບຮົມ.
5. ແຜນສຳຮອງເມື່ອລະບົບລົ້ມ
ຕຽມແບບຟອມເຈ້ຍສຸກເສີນ ແລະ ຂັ້ນຕອນພິມຍ້ອນຫຼັງ.
6. ຕາຕະລາງຝຶກອົບຮົມເປັນຮອບ
ຝຶກກຸ່ມນ້ອຍໃກ້ມື້ໃຊ້ງານຈິງ ໄດ້ຜົນກວ່າ.
7. ຜູ້ຮັບຜິດຊອບຫຼັງໂກໄລ້ຟ
ກຳນົດຊື່ຜູ້ດູແລລະບົບ ແລະ ຊ່ອງທາງແຈ້ງບັນຫາໃຫ້ຊັດເຈນ.