ການຍ້າຍຂໍ້ມູນບັນຊີຜິດພາດແມ່ນເລັກນ້ອຍກໍ່ຈະຕາມຫຼອກຫຼອນໄປທັງປີ ເພາະທຸກງົບອີງຍອດຍົກມາ ບົດຄວາມນີ້ສະຫຼຸບລຳດັບທີ່ພວກເຮົາໃຊ້ກັບລູກຄ້າທຸກລາຍ.

ລັອກງວດປິດຂອງລະບົບເກົ່າ

ເລືອກວັນຕັດຍອດທີ່ຊັດ ແລ້ວຫ້າມລົງລາຍການເພີ່ມ.

ຕັ້ງຍອດຍົກມາເປັນລາຍການດຽວ

ນຳງົບທົດລອງ ມາລົງເປັນ journal ຍອດຍົກມາ ແລ້ວກະທົບຍອດເທື່ອລະບັນຊີ.

ຍ້າຍທະບຽນຍ່ອຍແຍກຕ່າງຫາກ

ລູກໜີ້ ເຈົ້າໜີ້ ແລະ ຊັບສິນ ຍ້າຍເປັນລາຍຕົວ.

ຄູ່ຂະໜານ 1 ງວດ

ບັນທຶກທັງສອງລະບົບພ້ອມກັນໜຶ່ງເດືອນ.

ເກັບສຳເນົາລະບົບເກົ່າແບບອ່ານຢ່າງດຽວ

ຢ່າງໜ້ອຍ 5 ປີ.